| ເນື້ອໃນບົດອອກຂ່າວ ກ່ຽວກັບໄວ້ອາໄລເຖິງດວງວິນຍານຂອງ ພະນະທ່ານ ໄຊສົມພອນ ພົມວິຫານ |
|
|
| Written by Ambassade Lao |
| Friday, 14 August 2026 00:28 |
|
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຝຣັ່ງ ໄດ້ຈັດພິທີໄວ້ອາໄລ ເຖິງດວງວິນຍານຂອງ ພະນະທ່ານ ໄຊສົມພອນ ພົມ ວິຫານ, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ X, XI ແລະ XII, ອະດີດປະທານສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X, ອະດີດປະທານສູນກາງແນວລາວສ້າງຊາດ ສະໄໝທີ X, ຊຶ່ງໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ. ພ້ອມກັນນີ້, ໃນໄລຍະວັນທີ 10-12 ສິງຫາ 2026 ສະຖານທູດຍັງໄດ້ເປີດປື້ມໄວ້ອາໄລ ຊຶ່ງມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດຝຣັ່ງ, ບັນດາທູຕານຸທູດ, ສຳພັນຄົນລາວຢູ່ປະເທດຝຣັ່ງ, ບັນດາຄົນເຊື້ອຊາດລາວ ແລະ ພາກສ່ວນຕ່າງໆເຂົ້າຮ່ວມລົງນາມໃນປື້ມໄວ້ອາໄລດັ່ງກ່າວຈຳນວນຫຼວງຫຼາຍ.
ນະຄອນຫຼວງປາຣີ, ວັນທີ 12 ສິງຫາ 2026
|
| Last Updated on Friday, 14 August 2026 00:37 |





