|
Written by Ambassade Lao
|
|
Saturday, 17 October 2026 23:59 |
|

|
|
Last Updated on Sunday, 18 October 2026 00:00 |
|
|
Written by Ambassade Lao
|
|
Saturday, 17 October 2026 23:57 |
|
Cliquez ici pour télécharger le document |
|
Written by Ambassade Lao
|
|
Wednesday, 08 July 2026 04:17 |
|
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ ຂໍຖືເປັນກຽດແຈ້ງມາຍັງພົນລະເມືອງລາວ, ຝຣັ່ງ ແລະ ຕ່າງປະເທດ ໃຫ້ຊາບວ່າ: ປັດຈຸບັນ ສະຖານທູດ ກຳລັງປັບປຸງລະບົບໂທລະຄົມມະນາຄົມ ເພື່ອຍົກລະດັບການບໍລິການໃຫ້ສະດວກວ່ອງໄວກວ່າເກົ່າ.
ຍ້ອນສາເຫດດັ່ງກ່າວ, ຈຶ່ງຂໍອະໄພໃນຄວາມບໍ່ສະດວກ ເວລາການຕິດຕໍ່ສະຖານທູດທາງໂທລະສັບ, ຖ້າຫາກວ່າ ມີວຽກປະສານກັບສະຖານທູດ ສາມາດຕິດຕໍ່ຜ່ານອີເມວຂອງສະຖານທູດໂດຍກົງ ດັ່ງລຸ່ມນີ້:
E-mail (Secretaire) :
This e-mail address is being protected from spambots. You need JavaScript enabled to view it
Service consulaire :
This e-mail address is being protected from spambots. You need JavaScript enabled to view it
Site Internet : www.ambalaos-france.com
L'Ambassade de la République Démocratique Populaire Lao en France a l'honneur d'informer les ressortissants laotiens, francais et étrangers que la chencellerie procède actuellement à une mise à niveau de son système de télécommunications, afin d'améliorer la qualité de ses services.
Pendant cette périod de transition, les lignes téléphoniques pourront être temporairement perturbées. L'Ambassade présente ses sincères excuses pour les désagréments que cette situation pourrairt occasioner.
Pour toute demende, le public est invité à privilégier les échanges par voie électronic en utilisant les adress e-mail officielles de l'Ambassade ou de sa Section consulaire :
Secretariat :
This e-mail address is being protected from spambots. You need JavaScript enabled to view it
Section consulaire :
This e-mail address is being protected from spambots. You need JavaScript enabled to view it
Site Internet : www.ambalaos-france.com
Cliquez-ici pour télécharger le document |
|
Written by Ambassade Lao
|
|
Thursday, 09 April 2026 01:29 |
|
ເນື່ອງໃນໂອກາດປີໃໝ່ລາວ ພ.ສ 2569 ທີ່ຈະໝູນວຽນມາຮອດນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳປະເທດ ຝຣັ່ງ ຂໍຝາກຢື້ຢາມຖາມຂ່າວ ຄວາມຮັກແພງ ແລະ ຂໍອວຍພອນໄຊໃຫ້ທ່ານ ຈົ່ງມີແຕ່ຄວາມຜາສຸກ, ຄວາມຈະເລີນຮຸ່ງເຮືອງ ແລະ ໂຊກດີມີໄຊຕະຫຼອດໄປ.
À l’occasion du Nouvel An Lao de l’ère bouddhiste 2569, l’Ambassade de la République Démocratique Populaire Lao en France est heureuse de vous adresser ses vœux les plus sincères et vous souhaite bonheur, prospérité et sérénité tout au long de cette nouvelle année.
Cliquez ici pour télécharger |
|
Written by Ambassade Lao
|
|
Saturday, 10 January 2026 10:26 |
|
ແຈ້ງການ
ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງ ປາຣີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດສະບັບເລກທີ 311/ປປທ, ລົງວັນທີ 01 ທັນວາ 2025 ວ່າດ້ວຍ ການປະກາດເອົາວັນອາທິດທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ສຳລັບພົນລະເມືອງລາວທີ່ເດີນທາງມາທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ, ສຶກສາຮ່ຳຮຽນ, ມາປະກອບອາຊີບເຮັດວຽກ ແລະ ດຳລົງຊີວີດອາໄສຢູ່ຕ່າງປະເທດ ແຕ່ບໍ່ສາມາດກັບໄປ ສປປ ລາວ ເພື່ອໃຊ້ສີດໃນການເລຶອກຕັ້ງໃນວັນເວລາດັ່ງກ່າວໄດ້ທັນ, ທ່ານກໍສາມາດປະຕີບັດສິດໃນການເລືອກຕັ້ງຂອງທ່ານຢູ່ຕ່າງປະເທດໄດ້ໂດຍທີ່ສະຖານທູດແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ, ແຕ່ຈຳເປັນຕ້ອງລົງທະບຽນເລືອກຕັ້ງລວ່ງໜ້າກັບສະຖານທູດຕາມເງື່ອນໄຂ ແລະ ລາຍລະອຽດດັ່ງນີ້:
- 1.ເປັນພົນລະເມືອງລາວທີ່ມີອາຍຸແຕ່ 18 ປີ ຂື້ນໄປ ແລະ ເດີນທາງມາຢ້ຽມຢາມພີ່ນ້ອງ, ສຶກສາຮ່ຳຮຽນ, ມາປະກອບອາຊີບເຮັດວຽກ ແລະ ດຳລົງຊີວີດອາໄສຢູ່ປະເທດຝຣັ່ງ ແລະ ບັນດາປະເທດທີ່ຢູ່ໃນຄວາມຮັບຜິດຊອບຂອງສະຖານທູດລາວ ທີ່ ປາຣີ (Andorra, Burkina Faso, Ethiopia, Guinea, Ivory, Coast, Mauritania Mauritius, Monaco, Morocco, Mozambique, Niger, Portugal, Somalia, Spain);
- 2.ແຈ້ງຊື່ ແລະ ນາມສະກຸນ, ເອກະສານຢັ້ງຢຶນພົນລະເມືອງ (ບັດປະຈຳໂຕ, ສຳມະໂນຄົວ, ໜັງສືຜ່ານແດນ) ພ້ອມດ້ວຍເບີໂທຕິດຕໍ່ ແລະ ທີ່ຢູ່;
- 3.ແຈ້ງຜ່ານອີເມວ:
This e-mail address is being protected from spambots. You need JavaScript enabled to view it
; ຫຼື ໂທແຈ້ງຜ່ານເບີໂທ +33 (0)1 45 53 75 22 / +33 (0)1 45 53 02 98; ຫຼື ແຈ້ງຜ່ານຊ່ອງການໃຫ້ຄຳຄິດເຫັນດ້ານລຸ່ມຂອງແຈ້ງການນີ້ໃນ Facebook ຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ປາຣີ;
- 4.ເຂົ້່າມາແຈ້ງ ແລະ ພົວພັນສອບຖາມຂໍ້ມູນຢູ່ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ປາຣີໃນວັນລັດຖະການ (ເວລາ 09:00-12:00 ໂມງ), ທີ່ຢູ່ 74Raymond Poincaré 75116 Paris, France
- 5.ກຳນົດແຈ້ງລາຍຊື່ ແລະ ລາຍລະອຽດໃຫ້ສະຖານທູດຊາບ ຊ້າສູດບໍ່ໃຫ້ກາຍວັນທີ 14 ມັງກອນ 2026;
- 6.ຫຼັງຈາກການລົງທະບຽນສຳເລັດ ແລະ ມີເງື່ອນໄຂຄົບຖ້ວນແລ້ວ ສະຖານທູດຈະແຈ້ງລາຍລະອຽດກ່ຽວກັບວັນເວລາສະຖານທີ່ ແລະ ວິທີການເລື່ອກຕັ້ງ (ຢູ່ສະຖານທູດ ຫຼື ຜ່ານຊ່ອງທາງອື່ນໆ) ໃຫ້ທ່ານຊາບຕາມພາຍຫຼັງ.
ດັ່ງນັ້ນ, ສະຖານທູດ ຈຶ່ງຂໍແຈ້ງໃຫ້ບັນດາທ່ານເພື່ອຊາບ ແລະ ຂໍການຮ່ວມມືໃນການລົງທະບຽນຕາມເງື່ອນໄຂຂ້າງເທິງດັ່ງກ່າວ ພ້ອມທັງຂໍໃຫ້ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານການເລືອກຕັ້ງຈາກສະຖານທູດໃນຕໍ່ໜ້າຕື່ມດ້ວຍ.
Ciliquez ici pour télécharger |
|
|
|
|
<< Start < Prev 1 2 3 4 5 6 7 8 9 10 Next > End >>
|
|
Page 1 of 11 |