Ressortissant Lao Print
Written by Administrator   
Friday, 10 August 2012 18:00

I. ການປະກອບເອກະສານຂໍຢູ່ລາວຖາວອນ

+ ອີງຕາມດຳລັດເລກທີ 472/ລບ (ມາດຕາ9) ຜູ້ທີ່ມີຈຸດປະສົງຈະຂໍດຳລົງຊີວິດຢູ່ ສ ປ ປ ລາວ ຢ່າງຖາວອນຕ້ອງປະກອບເອກະສານດັ່ງນີ້:

1. ໃບຄຳຮ້ອງຂໍດຳລົງຊີວິດຢູ່ ສ ປ ປ ລາວ ຂຽນດ້ວຍຕົນເອງ   3 ສະບັບ

2. ໜັງສືຢັ້ງຢືນ ຈາກສະຖານທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສ ປ ປ ລາວ ປະຈຳຕ່າງປະເທດ ທີ່ຕົນດຳລົງຊີວິດຢູ່

3. ຊີວະປະຫວັດ                                                          3 ສະບັບ

4. ໃບແຈ້ງໂທດ                                                          3 ສະບັບ

5. ໃບຢັ້ງຢືນສຸຂະພາບ                                                   3 ສະບັບ

6. ໃບຢັ້ງຢືນຊັບສິນ                                                      3 ສະບັບ

7. ໃບຢັ້ງຢືນບ່ອນທີ່ຈະອາໄສຢູ່ ສ ປ ປ ລາວ                            3 ສະບັບ

8. ໃບຢັ້ງຢືນສາຍກ່ຽວພັນກັບພົນລະເມືອງລາວ                          3 ສະບັບ

9. ໃບຢັ້ງຢືນຮັບຮອງການເປັນຊ່ຽວຊານ                                 3 ສະບັບ

10. ໃບຢັ້ງຢືນຜົນງານ ແລະ ການເຄື່ອນໄຫວຕ່າງໆ                      3 ສະບັບ

11. ສຳເນົາໜັງສືຜ່ານແດນ                                               3 ສະບັບ

12. ສຳເນົາບັດປະຈຳຕົວ ຫຼື ໃບຂັບຂີ່                                    3 ສະບັບ

13. ສຳເນົາ ຢັ້້ງຢືນການເກີດ ຫຼື ສຳເນົາຢັ້ງຢືນການເປັນພໍ່ແມ່            3 ສະບັບ

14. ໃບຢັ້ງຢືນການເອົາເດັກມາລ້ຽງ                                       3 ສະບັບ

15. ໃບຢັ້ງຢືນການແຕ່ງດອງ (ຖ້າແຕ່ງດອງກັບພົນລະເມືອງລາວ)         3 ສະບັບ

16. ສຳເນົາຢັ້ງຢືນການລົງທຶນ (ສຳລັບນັກລົງທຶນ)                         3 ສະບັບ

17. ຮູບຂະຫນາດ 3*4 ຈຳນວນ                                           6 ໃບ

ທຸກເອກະສານທີ່ເປັນພາສາຕ່າງປະເທດຕ້ອງແປເປັນພາສາລາວ ການແປຕ້ອງໄດ້ຮັບການຢັ້ງຢືນ ແລະ ມີກາປະທັບ ຈາກອົງການ, ສຳນັກງານ, ບໍລິສັດ ແລະ ຕ້ອງໄດ້ຜ່ານການກວດກາຈາກ ກະຊວງຍຸດຕິທຳ ຫຼື ພະແນກຍຸດຕິທຳແຂວງ

- ເມື່ອປະກອບເອກະສານຄົບຖ້ວນແລ້ວໃຫ້ນຳໄປຜ່ານຂັ້ນບ້ານ, ກອງບັນຊາການ ປກສ ເມືອງ, ກອງບັນຊາການ ປກສ ແຂວງ/ນະຄອນຫຼວງ, ຫ້ອງວ່າການປົກຄອງແຂວງ ຫຼື ນະຄອນຫຼວງ ແລ້ວຈຶ່ງນຳໄປຫາກົມກົງສຸນ ກະຊວງການຕ່າງປະເທດ, ຈາກນັ້ນຈຶ່ງສົ່ງເຖິງ ກະຊວງປ້ອງກັນຄວາມສະຫງົບເພື່ອພິຈາລະນາຄົ້ນຄວ້າ.

- ຖ້າທ່ານໃດຫາກບໍ່ປະຕິບັດຕາມຂັ້ນຕອນທີ່ກ່າວມາຂ້າງເທິງນັ້ນ, ຖືວ່າການປະກອບເອກະສານຂອງທ່ານນັ້ນ ບໍ່ທັນຄົບຖ້ວນ. ສະນັ້ນ, ທາງເຈົ້າໜ້າທີ່ພວກເຮົາກໍ່ຈະບໍ່ຮັບພິຈາລະນາເອກະສານຂອງທ່ານ.

 

II. ພະແນກກົງສຸນ ປະຈຳສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ມີໜ້າທີ່ຄຸ້ມຄອງ ແລະ ບໍລິການພົນລະເມືອງລາວຢູ່ຕ່າງປະເທດ ດັ່ງຕໍ່ໄປນີ້ :

  1. ຕໍ່ອາຍຸ ໜັງສືຜ່ານແດນ, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.
  2. ຮັບເອກະສານຄຳຮ້ອງຂໍ ໜັງສືຜ່ານແດນ ຫົວໃໝ່, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.
  3. ອອກ ໃບເດີນທາງ ໃຊ້າຕາງໜັງສືຜ່ານແດນ ສໍາລັບພົນລະເມືອງລາວ ທີ່ເຮັດໜັງສືຜ່ານແດນ ເສຍຫາຍ ຫຼື ໃຊ້ການບໍ່ໄດ້, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.
  4. ອອກ ບັດກົງສຸນ ເພື່ອຢັ້ງຢືນການເປັນພົນລະເມືອງລາວ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.
  5. ຢັ້ງຢືນ ແລະ ອອກເອກະສານ ການແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບ ພົນລະເມືອງຕ່າງປະເທດ, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.
  6. ແປ ແລະ ຢັ້ງຢືນ ເອກະສານທີ່ເຈົ້າໜ້າທີ່ ສປປ ລາວ ອອກໃຫ້ ເພື່ອໃຫ້ເປັນທີ່ຮັບຮູ້ຢ່າງເປັນທາງການແກ່ເຈົ້າໜ້າທີ່ຕ່າງປະເທດ, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.

 

III. ຄໍາແນະນໍາ ສໍາລັບພົນລະເມືອງລາວທີ່ ມາອາໃສຢູ່ຕ່າງປະເທດ :

ຕໍ່ປະເທດ ເຈົ້າພາບ :

  1. ເມື່ອທ່ານໄດ້ຮັບ ວີຊ່າ ຈາກສະຖານທູດ ຝຣັ່ງ ຫຼື ປະເທດກ່ຽວຂ້ອງ ແລະ ເດີນທາງມາເຖິງປະເທດເຈົ້າພາບແລ້ວ ໃຫ້ເກັບຮັກສາ ໃບແຈ້ງເຂົ້າເມືອງ ຫຼື ເອກະສານທີ່ກ່ຽວຂ້ອງ ພ້ອມທັງ ໜັງສືຜ່ານແດນ ຂອງຕົນເອງໄວ້ໃຫ້ດີ.
  2. ກວດກາເບິ່ງ ວັນທີ ທີ່ເຈົ້າໜ້າທີ່ອານຸຍາດໃຫ້ຢູ່ປະເທດດັ່ງກ່າວຮອດ ວັນທີ, ເດືອນ ປີ ໃດ, ຖ້າໃກ້ຈະໝົດກໍານົດ ກໍ່ໃຫ້ຮີບຕິດຕໍ່ເຈົ້າໜ້າທີ່ຕ່າງປະເທດທີ່ກ່ຽວຂ້ອງ ເພື່ອຂໍອານຸຍາດຢູ່ຕໍ່.
  3. ຖ້າບໍ່ສາມາດຢູ່ຕໍ່ ຫຼື ໜັງສືອະນຸຍາດ ໝົດອາຍຸ ກໍ່ໃຫ້ເດີນທາງກັບ ສປປ ລາວ ຕາມກໍານົດ.
  4. ສໍາລັບທ່ານໃດ ທີ່ໄດ້ຮັບວີຊ່າປະເພດບຸກຄົນຕ່າງດ້າວອາໃສຢູ່ປະເທດຝຣັ່ງ ກໍ່ໃຫ້ຮີບຮ້ອນ ຂໍບັດຕ່າງດ້າວ, ບັດອະນຸຍາດເຮັດວຽກ, ບັດປະກັນສັງຄົມ ຫຼື ໃບອານຸຍາດ ຂັບຂີ່ ໃຫ້ໄດ້ ພາຍໃນ 6 ເດືອນ ບໍ່ດັ່ງນັ້ນ ທ່ານອາດຈະຖືກເນລະເທດກັບຄືນ ສປປ ລາວ ກໍ່ເປັນໄດ້.

ຕໍ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ :

  1. ຖ້າທ່ານ ມີຈຸດປະສົງຈະພັກຢູ່ປະເທດດັ່ງກ່າວກາຍ 6 ເດືອນຂຶ້ນໄປ, ໃຫ້ທ່ານໄປຈົດຂຶ້ນທະບຽນ ຂໍບັດກົງສຸນ ກັບເຈົ້າໜ້າທີ່ກົງສຸນ ປະຈໍາປະເທດຝຣັ່ງ, ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ.
  2. ກະລຸນາ ຕິດຕາມ, ບັນທຶກເລກໂທລະສັບ, ຫຼື ທີ່ຢູ່ ສະຖານທູດແຫ່ງ ສປປ ລາວ ໄວ້ ນຳໂຕທ່ານໃຫ້ດີ ( ບີບໃສ່ບ່ອນນີ້ ເພື່ອເບິ່ງລາຍລະອຽດ) ເພື່ອຄວາມສະດວກ ໃນການພົວພັນ.
    Last Updated on Monday, 27 August 2018 03:53