• image
  • image
  • image
  • image
  • image
  • image
  • image
Previous Next
Bienvenue à l'ambassade de la R.D.P Lao
ແຈ້ງປິດສະຖານທູດ ລາວ ທີ່ ປາຣີ ໃນວັນທີ 10 ມີນາ 2025 PDF Print E-mail
Written by Ambassade Lao   
Thursday, 06 March 2025 22:48
emailButton.png edit

ແຈ້ງປິດສະຖານທູດລາວ ທີ່ ປາຣີ ໃນວັນທີ 10 ມີນາ 2025.

La fermeture de l'Ambassade de la RDP Lao 

ພວກເຮົາຂໍແຈ້ງໃຫ້ທ່ານ ຊາບວ່າ ໃນວັນທີ 10 ມີນາ 2025 ສະຖານທູດລາວ ທີ່ ປາຣີ ຈະພັກການເຮັດວຽກ ເນື່ອງຈາກເປັນວັນພັກທາງລັດຖະການຂອງ ສປປ ລາວ ເນື່ອງໃນໂອກາດວັນແມ່ຍິງສາກົນ.

Nous vous informons que l’Ambassade de la RDP Lao sera fermée le 10 mars 2025 à l’occasion du jour férié de la RDP Lao (La Fête de la Journée Internationale des droits des Femmes).

 
ແຈ້ງປິດສະຖານເອກອັກຄະລັດຖະທູດ ໃນວັນທີ 02 ທັນວາ 2024. PDF Print E-mail
Written by Ambassade Lao   
Saturday, 30 November 2024 02:50
ແຈ້ງປິດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໃນວັນທີ 02 ທັນວາ 2024.
Fermeture l'Ambassade de la RDP Lao le 02 décembre 2024.
 
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຝຣັ່ງ ຈະປິດ ໃນວັນຈັນ​, ທີ 02 ທັນວາ 2024  ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ ຄົບຮອບ 49 ປີ
L'Ambassade de République démocratique populaire lao en France sera fermée le lundi, 02 décembre 2024 à l'occasion du 49ème anniversaire de la Fête Nationale de la République Démocratique Populaire Lao.
 
ແຈ້ງການປິດການເຮັດວຽກໃນວັນທີ 3 ແລະ 4 ຕຸລາ 2024. PDF Print E-mail
Written by Ambassade Lao   
Sunday, 29 September 2024 00:58

ແຈ້ງການປິດການເຮັດວຽກໃນວັນທີ 3 ແລະ 4 ຕຸລາ 2024.

 

ສະຖານເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ຈະປິດການເຮັດວຽກໃນວັນທີ 3 ແລະ 4 ຕຸລາ 2024. 

L'Ambassade de la République Démocratique Populaire Lao sera fermer le 3 et 4 octobre 2024.

 

 

 
ແຈ້ງການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ. PDF Print E-mail
Written by Ambassade Lao   
Thursday, 19 September 2024 19:04

Cliquez-ici pour télécharger le document

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ຂໍຖືເປັນກຽດແຈ້ງມາຍັງ ບັນດາພໍ່ແມ່ພີ່ນ້ອງຄົນເຊື້ອຊາດລາວທີ່ຢູ່ປະເທດຝຣັ່ງຊາບທົ່ວເຖິງກັນວ່າ ປະຈຸບັນ ສປປ ລາວ ກຳລັງປະເຊີນກັບໄພພິບັດນໍ້າຖ້ວມຢ່າງຮ້າຍແຮງ ຈາກຜົນກະທົບຂອງມະຫາພາຍຸຢາກິ (Super Typhoon YAGI) ຊຶ່ງເປັນພາຍຸລູກໃຫຍ່ທີ່ສຸດທີ່ພັດເຂົ້າ ສປປ ລາວ ໃນຮອບຫຼາຍສິບປີຜ່ານມາ ໂດຍໄດ້ເຮັດໃຫ້ເກີດນໍ້າຖ້ວມຢ່າງຮຸນແຮງ ແລະ ເປັນບໍລິເວນກວ້າງຂວາງຢູ່ແຂວງຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆຂອງລາວ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ໄດ້ຮັບບາດເຈັບ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນຢ່າງຮຸນແຮງອັນໄດ້ເຮັດໃຫ້ສະພາບການດຳລົງຊີວິດຂອງປະຊົນໃນພື້ນທີ່ດັ່ງກ່າວມີຄວາມຫຍຸ້ງຍາກຫລາຍ ແລະ ມີຄວາມຕ້ອງການ ການຊ່ວຍເຫລືອຢ່າງຮີບດ່ວນທາງດ້ານອາຫານການກິນ, ນໍ້າດຶ່ມ, ຢາປົວພະບາດ, ເຄື່ອນຸ່ງຫົ່ມ ແລະ ເຄື່ອງໃຊ້ ອຸປະໂພກທີ່ຈຳເປັນອື່ນໆ.

ເພື່ອຮັບມືກັບສະພາບການອັນສຸກເສີນ ແລະ ຮ້າຍແຮງດັ່ງກ່າວ, ລັດຖະບານ ສປປລາວ ກໍ່ໄດ້ຮີບຮ້ອນໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວຕາມຄວາມສາມາດ ພ້ອມທັງໄດ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງຄົນລາວທັງຢູ່ພາຍໃນ ແລະ ຕ່າງປະເທດ ຕະຫລອດທຸກພາກສ່ວນໃນສັງຄົມເພື່ອຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອຜູ້ປະສົບໄພພິບັດດັ່ງກ່າວ.

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຝຣັ່ງ ຈຶ່ງໄດ້ແຈ້ງມາຍັງພໍ່ແມ່ພີ່ນ້ອງ ຄົນເຊື້ອຊາດລາວທີ່ອາໄສຢູ່ປະເທດຝລັ່ງ ກໍຄືປະຊາຊົນເພື່ອນມິດຊາວຝຣັ່ງ ແລະຢູ່ໃນໂລກ ທີ່ມີຈິດໃຈ ເອື້ອເຟື້ອເພື່ອແຜ່ ແລະ ມີຄວາມກະລຸນາ ເພື່ອໃຫ້ການຊ່ວຍເຫລືອ ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ດັ່ງກ່າວຕາມກຳລັງຈິດສັດທາຂອງຕົນ. ທ່ານສາມາດບໍລິຈາກຜ່ານບັນຊີທະນາຄານຂອງສະຖານທູດ ດັ່ງລຸ່ມນີ້:

  1. 1.Par virement:

Ambassade du la RDP Lao

BRED Banque populaire

Compte numéro: 728 02 7781

IBAN : FR7610107008680072802778121

  1. 2.Par chèque à l’ordre de:

l’Ambassade de la RDP Lao, 74 avenue Raymond Poincaré, 75116 Paris

ຜູ້ປະສານງານ: ທ່ານ ນາງ ທອນ ສົມພາວິໄລ,  ເບີໂທ: 06 86 57 08 26, ອີເມວ: This e-mail address is being protected from spambots. You need JavaScript enabled to view it

ດັ່ງນັ້ນ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ປະເທດຝລັ່ງ ຈຶ່ງຂໍແຈ້ງຂ່າວມາຍັງ ພໍ່ແມ່ພີ່ນ້ອງໄດ້ຊາບທົ່ວເຖິງກັນ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານ ຈະໃຫ້ການຊ່ວຍເຫຼືອໃນເວລາ ທີ່ມີຄວາມຈຳເປັນດັ່ງກ່າວ ແລະ ທຸກການຊ່ວຍເຫລືອຂອງບັນດາທ່ານຈະຖືກສົ່ງມອບຕໍ່ໄປຍັງຄະນະກຳມະການສະເພາະກິດເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ ສປປລາວ ຢ່າງທົ່ວເຖິງ.

 
ແຈ້ງປິດສະຖານທູດ ວັນທີ 25 ແລະ 26 ກໍລະກົດ 2024. PDF Print E-mail
Written by Ambassade Lao   
Wednesday, 24 July 2024 18:53

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ຂໍແຈ້ງໃຫ້ຊາບວ່າ ຈະປິດໃຫ້ບໍລິການໃນວັນທີ 25 ແລະ 26 ກໍລະກົດ 2024.

 

         L'Ambassade de la RDP Lao a l'honneur de les informer que l'Ambassade de la RDP Lao sera fermée du 25 et 26 juillet 2024 à l'occasion du Jeux Olympiques Paris 2024.

 
<< Start < Prev 1 2 3 4 5 6 7 8 9 Next > End >>

Page 1 of 9

Information utiles

Ambassade de la République Démocratique Populaire Lao
74, Avenue Raymond Poincaré
75116 PARIS

Tél : (33) 1 45 53 02 98
Fax :(33) 1 47 27 57 89
contact@ambalaos-france.com

Horaires d’ouverture
du Lundi - Vendredi
Chancellerie : 9h00 - 12h00 / 14h00 - 17h00
Service consulaire : 9h00 - 12h00